ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບ ປະຈຳໄຕມາດ I
ໂຮງຮຽນກໍ່ສ້າງນາຍສິບເລກ2 ວຽງໄຊ ເປັນເຈົ້າພາບ

ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ

    ວັນທີ 15 ມີນາ 2024 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງ
ທັບ ປະຈຳໄຕມາດ I ແລະ ວາງທິດທາງແຜນການໄຕມາດ II ປີ 2024 ຂອງບັນດາກົມກອງກໍາລັງຫຼວງ, ກໍາລັງທ້ອງຖິ່ນ 4 ແຂວງພາກໃຕ້
ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມ
ໃຫຍ່ພະລາທິການກອງທັບ, ເຊິ່ງມີຄະນະພັກ-ຄະນະບັນຊາ 13 ກົມກອງ ໃນເຂດພາກໃຕ້ ເຂົ້າຮ່ວມ.

     ໃນກອງປະຊຸມຄະນະບັນຊາແຕ່ລະກົມກອງ ກໍ່ໄດ້ຜັດປ່ຽນກັນຂຶ້ນລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ  ເຊິ່ງ
ໂດຍລວມແລ້ວແຕ່ລະກົມກອງ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດເປັນກົກ ໂດຍນໍາເອົາບັນດາເອກະສານມູນເຊື້ອ
ຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ລົງເຜີຍແຜ່ໃຫ້ບັນດາພະນັກງານ-ນັກຮົບພາຍໃນກົມກອງຂອງຕົນ ໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນ
ຢ່າງເລິກເຊິ່ງ, ພ້ອມກັນນັ້ນ ກໍ່ຍັງໄດ້ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ຢູ່ໃນຂອບເຂດຮັບຜິດຊອບຢ່າງເປັນປົກກະ
ຕິ ເພື່ອຕິດຕາມກວດກາສະພາບ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ມີຄວາມສະຫງົບປອດໄພ, ເອົາໃຈໃສ່ການອົບຮົມ-ຫັດ
ແອບທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອສ້າງກຳລັງແຮງອັນແຂງແກ່ນ ແລະ ສ້າງຄວາມຊໍານິຊໍານານໃຫ້ແກ່ພະນັກງານ-ນັກຮົບຂອງຕົນ
ທັງຮັບປະກັນມີຄວາມຄ່ອງແຄ້ວໃນການປະຕິບັດໜ້າທີ່, ພ້ອມກັນນັ້ນຍັງສຸມໃສ່ການປູກ, ການລ້ຽງ ແລະ ການບໍລິການຕ່າງໆ ຕາມທ່າແຮງ
ບົ່ມຊ້ອນຂອງກົມກອງ ເພື່ອສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ໃຫ້ນັບມື້ນັບດີຂຶ້ນ. ກອງປະຊຸມຍັງໄດ້ຜ່ານທິດທາງແຜນການປະຈຳໄຕ
ມາດ II ປີ 2024. ພ້ອມນີ້ ສະຫາຍ ພົນຕີ ຄຳເພັດ ສີຊານົນ ປະທານກອງປະຊຸມ ໄດ້ມີຄຳເຫັນຊີ້ນຳບັນດາວຽກງານຕ່າງໆ ໂດຍປິ່ນອ້ອມ
ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນສືບຕໍ່ຈັດຕັ້ງກຳລັງ
ລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມສົງຄາມປະຊາຊົນ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ, ກຳແໜ້ນ
ສະພາບການຮອບດ້ານ, ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງ
ກົມກອງ, ພ້ອມກັນຕ້ານສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບປອດໄພ.

ແຫຼ່ງຂ່າວໂດຍ ສົມພົງ ແກ້ວປະເສີດ
ວັນທີ 20/03/2024